Google ເປີດໂຕ Android Wear, OS ດັດແປງສຳລັບອຸປະກອນສວມໃສ່


image

Google ເລີ່ມກ້າວຂາເຂົ້າຮ່ວມວົງການອຸປະກອນສວມໃສ່ອັດສະລິຍະດ້ວຍການເປີດໂຕລະບົບປະຕິບັດການ Android Wear.

Google ຍັກໃຫຍ່ແຫ່ງໂລກອິນເຕີເນັດໄດ້ເປີດເຜີຍຂໍ້ມູນກ່ຽວກັບລະບົບປະຕິບັດການທີ່ດັດແປງມາສຳລັບອຸປະກອນສວມໃສ່ໂດຍສະເພາະທີ່ມີຊື່ວ່າ [strong]Android Wear[/strong] ໃນ blog post ຂອງຕົນເອງໃນມື້ນີ້. OS ນີ້ຈະອີງໃສ່ ເທັກໂນໂລຢີຮັບຮູ້ສຽງ Google Now ຂອງພວກເຂົາເປັນຫຼັກ ແລະ ຖືກອອກແບບມາສຳລັບໃຊ້ງານໃນອຸປະກອນສວມໃສ່ ແລະ ຈະເລີ່ມຜັກດັນໃຫ້ກາຍເປັນໂມງອັດສະລິຍະໃນໄລຍະຕົ້ນ.

ນອກຈາກນັ້ນແລ້ວ Google ຍັງໄດ້ປະກາດລາຍຊື່ຄູ່ຮ່ວມມືເພື່ອນຳເອົາ Android Wear ໄປໃຊ້ ເຊິ່ງປະກອບມີ LG, Asus, HTC, Motorola ແລະ Samsung  ແລະ ລາຍຊື່ຄູ່ຮ່ວມມືຜະລິດ chip ສຳລັບ Android Wear ເຊິ່ງປະກອບມີ Broadcom, Imagination, Intel, MediaTek ແລະ Qualcomm.

ເຊັ່ນດຽວກັນກັບ Google Glass, Android Wear ຈະອີງໃສ່ Google Now ເປັນຫຼັກໃນການສັ່ງງານດ້ວຍຄຳສັ່ງສຽງ “Ok Google” ເພື່ອຖາມຄຳຖາມ ຫຼື ແປງສຽງເປັນຂໍ້ຄວາມ. ນອກຈາກນັ້ນ Google Wear ຍັງສາມາດສະແດງຂໍ້ມູນທີ່ກ່ຽວຂ້ອງອື່ນໆໄດ້ອີກ ເຊັ່ນ ການແຈ້ງເຕືອນຈາກແອັບຯເຄືອຂ່າຍສັງຄົມ, ການແຈ້ງເຕືອນຈາກແອັບຯສົນທະນາ, ການແຈ້ງເຕືອນຈາກແອັບຯຊື້ເຄື່ອງ, ແອັບຯຂ່າວ ແລະ ແອັບຯຖ່າຍພາບ ເປັນຕົ້ນ.

ນອກຈາກນີ້ແລ້ວ OS ດັ່ງກ່າວຍັງໄດ້ສຸມໃສ່ການຕິດຕາມສະຖານະການອອກກຳລັງກາຍ ແລະ ສຸຂະພາບ ຄ້າຍຄືກັບລະບົບຂອງ Fitbit Force ແລະ Nike Fuelband. ຍິ່ງໄປກວ່ານັ້ນ Google ຕ້ອງການໃຫ້ OS ນີ້ເປັນຕົວເຊື່ອມທ່ານເຂົ້າກັບອຸປະກອນຕ່າງໆຂອງທ່ານເຊັ່ນ ໂທລະພາບ ຫຼື ຄອມພິວເຕີ.

ທີ່ມາ: CNET

Tagged with: , ,
Posted in ຂ່າວເທັກໂນໂລຢີ

ໃຫ້ຄວາມເຫັນ