Scribd ອ່ານເອກະສານ ແລະ ປຶ້ມແບບອອນໄລນ໌


image

Scribd ເປັນແອັບພລິເຄຊັນສຳລັບອ່ານປຶ້ມແບບອອນໄລນ໌ທີ່ມີປຶ້ມຫລາຍເຖິງ 100,000 ກວ່າເຫລັ້ມຈາກສຳນັກພິມເກືອບ 1,000 ແຫ່ງ ບໍ່ວ່າຈະເປັນຫນັງສືຂາຍດີຈາກ New York Times, ນະວະນິຍາຍ, ວັນນະຄະດີຄລາສສິກ ແລະ ປຶ້ມປະເພດອື່ນໆອີກ. ນອກຈາກນັ້ນ Scribd ຍັງເປັນແຫລ່ງຮວບຮວມເອກະສານທີ່ຖືກອັບໂຫລດໂດຍຜູ່ໃຊ້ກວ່າ 1 ລ້ານລາຍການ.
image

  image

Scribd ຖືກອອກແບບມາດ້ວຍ UI ທີ່ເປັນມິດກັບຜູ່ໃຊ້ ເຮັດໃຫ້ຜູ່ໃຊ້ໄດ້ຮັບປະສົບການທີ່ດີໃນການອ່ານຫນັງສືແບບອອນໄລນ໌.

image

ຫລັງຈາກລອງຄົ້ນຫາເອກະສານພາສາລາວທີ່ຖືກອັບໂຫລດໂດຍຜູ່ໃຊ້ ເຫັນວ່າມີເອກະສານຫລາຍພໍສົມຄວນ ໂດຍສ່ວນໃຫຍ່ຈະເປັນເອກະສານທາງວິຊາການ. ແນວໃດກໍດີ ເຮົາພົບວ່າມີຜູ່ໃຊ້ບາງລາຍໄດ້ອັບໂຫລດປຶ້ມທີ່ມີລິຂະສິດຈຳນວນຫນຶ່ງຂຶ້ນໄວ້ໃນລະບົບຂອງ Scribd ນຳ.

image

image

image

ນອກຈາກຈະສາມາດອ່ານແບບອອນໄລນ໌ແລ້ວ ທ່ານຍັງສາມາດຈັດເກັບໄວ້ອ່ານແບບອອຟໄລນ໌ໄດ້ອີກ.

ສຳລັບຕົວແອັບແມ່ນສາມາດດາວໂຫລດໄດ້ຟຣີຈາກ iTunes App Store ແລະ Play Store

Tagged with: , , ,
Posted in ແນະນຳແອັບຯ

ໃຫ້ຄວາມເຫັນ